JOYHOME — Furniture & Interior

ບໍລິການຂອງພວກເຮົາ

01

ສຳຫຼວດສະຖານທີ່

ພວກເຮົາຈະລົງສຳຫຼວດ ແລະ ເກັບກຳຂໍ້ມູນສະຖານທີ່ ກ່ອນທີ່ຈະອອກແບບທຸກຄັ້ງ ເພື່ອຄວາມຖືກຕ້ອງ, ປ້ອງກັນບັນຫາ, ຄວາມເສຍຫາຍ ແລະ ຂໍ້ຜິດພາດຕ່າງໆ ທີ່ຈະເກີດຂື້ນໃນຂັ້ນຕອນການອອກແບບ ແລະ ຜະລິດສິນຄ້າໃດໜຶ່ງ

02

ອອກແບບຕົກແຕ່ງພາຍໃນ

ກ່ອນຈະມີການອອກແບບຕົບແຕ່ງໃດໜຶ່ງ ທາງເຮົາຈະໃຫ້ຄຳປຶກສາດ້ານຕ່າງໆໃຫ້ແກ່ລູກຄ້າ ບໍ່ວ່າຈະເປັນເລື່ອງ Concept, Style ທີ່ມັກຕາມຄວາມຕ້ອງການຂອງລູກຄ້າ. ເມື່ອເຂົ້າໃຈໃນສີ່ງທີ່ລູກຄ້າຕ້ອງການແລ້ວ ເຮົາຈະວາງແຜນຂັ້ນຕອນການອອກແບບທັ້ງໝົດ ແລະ ນັດລົມແບບກັບລູກຄ້າໂດຍສະເໜີຜ່ານແບບ 2D, 3D ໃຫ້ລູກຄ້າພິຈາລະນາຈົນກວ່າຈະໄດ້ແບບທີ່ຖືກໃຈ

03

ຄິດໄລ່ງົບປະມານ ຫຼື BOQ

ຫຼັງຈາກຜ່ານການອອກແບບສຳເລັດແລ້ວ ພວກເຮົາຈະຄິດໄລ່ງົບປະມານລາຄາໃຫ້ລູກຄ້າທຸກຄັ້ງ ເພື່ອປະເມີນ ຫຼື ປະກອບຜົນການຕັດສິນໃຈ ກ່ອນທີ່ຈະລົງມືຜະລິດສິນຄ້າໃດໜຶ່ງ ຫຼື ດຳເນີນງານໃດໜຶ່ງ ໃຫ້ແກ່ລູກຄ້າ

04

ອອກແບບຜະລິດເຟີນິເຈີ

ຫຼັງຈາກຜ່ານຂັ້ນຕອນທຸກຢ່າງແລ້ວ ການອອກແບບເພື່ອຜະລິດເປັນອີກຂັ້ນຕອນທີ່ສຳຄັນ ໂຮງງານຂອງພວກເຮົາຜະລິດດ້ວຍລະບົບເຄື່ອງຈັກທີ່ໄດ້ມາດຕະຖານ