JOYHOME — Furniture & Interior

ກ່ຽວກັບເຮົາ

ພວກເຮົາຄື ບໍລິສັດ ອອກແບບຕົກແຕ່ງພາຍໃນ ແລະ ຜະລິດເຟີນິເຈີ ທີ່ມີໂຮງງານເປັນຂອງຕົວເອງ ສິນຄ້າທຸກສິ້ນເຮົາໃສໃຈທຸກຂັ້ນຕອນໃນການຜະລິດຈົນຮອດຂັ້ນຕອນຕິດຕັ້ງໂດຍບໍ່ຜ່ານຄົນກາງ. ເຮົາອອກແບບຕາມຂະໜາດ ແລະ ຄວາມຕ້ອງການຂອງລູກຄ້າ ເນັ້ນຄວາມເປັນເອກະລັກສະເພາະບຸກຄົນ.

ວັດສະດຸ

ວິໄສທັດ

ພວກເຮົາມີຄວາມມຸ້ງໝັ້ນທີ່ຈະພັດທະນາສັກກະຍາພາບ ໃນການສ້າງສັນຜົນງານຂອງບໍລິສັດ ທາງດ້ານການອອກແບບ, ການຜະລິດ ແລະ ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທັງພາຍໃນປະເທດ ແລະ ສາກົນ.

ພັນທະກິດ

ພວກເຮົາມີຄວາມມຸ້ງໝັ້ນທີ່ຈະພັດທະນາ ແລະ ຍົກສູງຄຸນນະພາບຂອງການອອກແບບ ແລະ ສິນຄ້າ ໂດຍຄຳນຶງເຖິງຄວາມສຳຄັນຂອງການສ້າງສັນຜົນງານທີ່ໄດ້ມາດຕະຖານ ແລະ ຄຳນຶງເຖິງຄວາມປອດໄພຕໍ່ການນຳໃຊ້ຂອງລູກຄ້າເປັນຫຼັກ.